ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ປະ​ທະ​ກັນ​ຮອບ​ໃໝ່​ລະຫວ່າງ​ ປາ​​ແລັດ​ສະ​ຕິນ ​ກັບ​ ອິດ​ສະ​ຣາ​ແອນ
ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ປະມານ 2.000 ຄົນ

     ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 11 ຕຸລາ ນີ້​ວ່າ: ຕອນ​ຄໍ່າວັນ​ທີ 10 ຕຸລາ, ພາກສ່ວນ​ສາທາລະນະ​ສຸກ​ເຂດ​ກາ​ຊາຂອງ​ ປາ​​ແລັດ​ສະ​
ຕິນ ໄດ້​ອອກ​ຖະແຫຼງການ​ວ່າ: ກອງທັບ​ອິດ​ສະ​ຣາ​ແອນ​ ໄດ້​ຫຼອນ​ໂຈມ​ຕີ​ເຂດ​ກາ​ຊາ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ ເຖິງ 687 ຄົນ ແລະ ບາດເຈັບ
3.726 ຄົນ. ຕອນ​ຄ່ຳ​ມື້​ດຽວ​ກັນ, ສື່​ມວນ​ຊົນ ​ອິດ​ສະ​ຣາ​ແອນ ລາຍ​ງານ​ວ່າ: ການ​ປະ​ທະ​ກັນ​ຮອບ​ໃໝ່​ລະຫວ່າງ​ປາ​​ແລັດ​ສະ​ຕິນ ​ກັບ​ອິດ​ສະ​ຣາ
​ແອນ​ໄດ້​ເຮັດ​ໃຫ້​ ອິດ​ສະ​ຣາ​ແອນ​ມີ​ຜູ້​ເສຍ​ຊີວິດ 900 ກວ່າ​ຄົນ​ແລ້ວ.

     ກະຊວງ​ສາທາລະນະ​ສຸກ​ອິດ​ສະ​ຣາ​ແອນ ລາຍງານ​ຂ່າວ​ໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ໄດ້​ຮັບ​ບາດເຈັບ​ທີ່ ​ໂຮງໝໍ​ໃຫຍ່​ແຫ່ງ​ຕ່າງໆ​ ໃນ​ທົ່ວ​ປະເທດ
​ອິດ​ສະ​ຣາ​ແອນ​ຮັບ​ເຂົ້າ​ປິ່ນປົວ​ໄດ້​ເພີ່ມ​ຂຶ້ນ​ເປັນ 2.741 ຄົນ. ເຈົ້າ​ໜ້າທີ່​ລັດຖະບານ​ອິດ​ສະ​ຣາ​ແອນ​ໃຫ້​ສຳພາດ ​ຕໍ່​ນັກ​ຂ່າວ​ຄາດ​ວ່າ: ຈຳນວນ​ຜູ້​
ເສຍ​ຊີວິດ ​ແລະ​ ບາດເຈັບ ທັງ​ທະຫານ ແລະ ພົນ​ລະ​ເຮືອນ​ຍັງ​ຈະ​ເພີ່ມ​ຂຶ້ນ​ອີກ ທັງ​ສອງ​ຝ່າຍ​ບໍ່​ຕ່ຳ​ກວ່າ 2.000 ຄົນ.

     ຕອນ​ຄໍ່າ​ມື້​ດຽວ​ກັນ, ທ່ານ ອາ​ບູ ອູ​ໄບ​ດາ ໂຄສົກ​ກອງ​ພົນ​ນ້ອຍ​ກາ​ຊັນ ທີ່​ເປັນ​ກຸ່ມ​ປະກອບ​ອາວຸດ​ສັງກັດ​ກຸ່ມ​ຮາ​ມາ​​ສ ອອກ​ຖະແຫຼງການ​
ວ່າ: ກຸ່ມ​ຮາ​ມາ​​ສ ກຽມພ້ອມ​ແລ້ວ​ຈະ​ຕໍ່ສູ້​ເປັນ​ໄລຍະ​ຍາວ​ນານ ແລະ ກຽມພ້ອມ​ຮັບມື​ຕໍ່​ຄວາມ​ຜັນ​ແປ​ໄປ​ທຸກ​ແນວທາງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 16/10/2023